KYHE Technology ມຸ່ງເນັ້ນການຂະບວນການຕັດແຊະ CNC ແລະ ອຸປະກອນການແພດໂດຍໃຊ້ຂະບວນການຜະລິດທີ່ທັນສະໄໝເພື່ອຜະລິດສ່ວນປະກອບທາງການແພດຈາກໂລຫະທຽນທີ່ມີຄຸນນະພາບສູງ. ໂລຫະອັນຊິດທຽນທີ່ເປັນມິດຕໍ່ສິ່ງແວດລ້ອມ DH-S® ຂອງພວກເຮົາຊ່ວຍໃຫ້ພວກເຮົາສາມາດຜະລິດຊິ້ນສ່ວນການແພດທີ່ມີນ້ຳໜັກເບົາ, ທົນທານ ແລະ ສາມາດເຂົ້າກັນໄດ້ກັບຮ່າງກາຍ. ພວກເຮົາໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ການຜະລິດສ່ວນປະກອບການແພດທີ່ຕອບສະໜອງຕາມມາດຕະຖານທີ່ເຂັ້ມງວດຂອງອຸດສາຫະກໍາການແພດ. ພວກເຮົາຜະລິດໂດຍໃຊ້ເຕັກນິກການຂຶ້ນຮູບໂລຫະດ້ວຍວິທີແມ່ພິມ (MIM) ແລະ ການພິມ 3D ເພື່ອສາມາດຜະລິດອອກແບບທີ່ສັບຊ້ອນ/ເສັ້ນທີ່ລະອຽດ ເ´y ບໍລິສັດອື່ນໆທີ່ໃຊ້ຂະບວນການຜະລິດແບບດັ້ງເດີມບໍ່ສາມາດເຮັດໄດ້.
ພວກເຮົາມີສິດທິບັດຫຼາຍກວ່າ 25 ສິດທິບັດ ແລະ ຜະລິດຜະລິດຕະພັນປະຈໍາປີ 500 ໂຕນ. ພວກເຮົາສາມາດຊ່ວຍບໍລິສັດຂອງທ່ານໄດ้อย່າງງ່າຍດາຍໃນການທົດລອງຜະລິດຕະພັນຈໍານວນນ້ອຍ, ແລະ ພວກເຮົາກໍມີຄວາມສາມາດໃນການຜະລິດໃນຂະໜາດໃຫຍ່. ບໍລິສັດຂອງພວກເຮົາປະຕິບັດວິທີການຜະລິດແບບຍືນຍົງເພື່ອຮັບໃບຢັ້ງຢືນ Global Recycled Standard. ພວກເຮົາຮັບປະກັນວ່າ ສ່ວນປະກອບ ແລະ ວັດຖຸດິບຂອງບໍລິສັດພວກເຮົາທີ່ບໍ່ໄດ້ນໍາກັບມາໃຊ້ໃໝ່ມີນ້ອຍກວ່າ 5%, ເຊິ່ງຊ່ວຍຫຼຸດຜ່ອນຜົນກະທົບຕໍ່ແມ່ໂລກຂອງພວກເຮົາໃຫ້ໜ້ອຍລົງອີກ. ພວກເຮົາແມ່ນຜູ້ໃຫ້ບໍລິການແບບບໍລິການຄົບວົງຈອນ ຕັ້ງແຕ່ການຜະລິດເປັນຜົງ ໄປຈົນຮອດການຜະລິດສ່ວນປະກອບທີ່ມີຄວາມແມ່ນຍໍາສູງ ໃຫ້ແກ່ລູກຄ້າທີ່ພວກເຮົາໃຫ້ບໍລິການ.